ຄວາມເປັນມາ

ໂດຍເປັນການສືບຕໍ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດໂຄງການຮ່ວມມືລະຫວ່າງກະຊວງສາທາລນະສຸກ ແລະ ກະຊວງພາຍໃນ ທີ່ມີຊື່ວ່າ “ໂຄງການສ້າງຄວາມພ້ອມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນໃນການປ້ອງກັນ ແລະ ໂຕ້ຕອບພະຍາດໂຄວິດ-19” ໃນໄລຍະປີ 2020 – 2021, ທັງ ສອງກະຊວງ ເຫັນໄດ້ເຖິງຄວາມສໍາຄັນ ແລະ ຄວາມຈໍາເປັນໃນການຮ່ວມມືຈັດຕັ້ງປະຕິບັດບັນດາແຜນກິດຈະກໍາໃນຂັ້ນທ້ອງຖິ່ນ ໂດຍສະເພາະການຜັນຂະຫຍາຍວຽກງານສາມສ້າງ (ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ) ໃຫ້ແກ່ທັງ 2 ຂະແໜງການຄື: ຂະແໜງການສາທາລະນະສຸກ ແລະ ຂະແໜງການພາຍໃນ ໃຫ້ເຂົ້າສູ່ລວງເລິກຫຼາຍກວ່າເກົ່າ, ພ້ອມນີ້ ກໍເປັນການຜັນຂະຫຍາຍຜົນສໍາເລັດໃນການຮ່ວມມືປ້ອງພະຍາດລະບາດ ແລະ ການສົ່ງເສີມສຸຂະພາບຂັ້ນຕົ້ນ ຈາກ ໂຄງການໄລຍະເກົ່າທີ່ມີ ແຕ່ 4 ແຂວງເປົ້າໝາຍ​ (ບໍ່ແກ້ວ, ຫຼວງນໍ້າທາ, ໄຊຍະບູລີ ແລະ ຈໍາປາສັກ) ອອກໄປສູ່ຫຼາຍໆແຂວງໃນຂອບເຂດທົ່ວປະເທດ.

            ສະນັ້ນ ນັບແຕ່ເດືອນມີນາ ເຖິງ ເດືອນກັນຍາ 2021 ທັງສອງກະຊວງໄດ້ຮ່ວມກັນຄົ້ນຄວ້າສ້າງແຜນກິດຈະກໍາຮ່ວມມືວິຊາການໄລຍະຍາວ ໂດຍເນັ້ນໃສ່ການຜັນຂະຫຍາຍວຽກງານການບໍລິການສາທາລະນະສຸກ ແລະ ວຽກງານສາມສ້າງໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ພ້ອມດຽວກັນກໍເປັນການຕອບໂຕ້ພະຍາດລະບາດທີ່ເກີດຂຶ້ນໃນ ສປປ ລາວ (ພະຍາດໂຄວິດ 19), ແຜນກິດຈະກໍາໄລຍະໃໝ່ ແມ່ນມີຊື່ວ່າ: ຄອນເນັກ: ຊຸມຊົນສາມັກຄີ, ເຂັ້ມແຂງ, ເປັນເຈົ້າການ ຮັບປະກັນການບໍລິການສຸຂະພາບທີ່ຈໍາເປັນ ແລະ ໂຕ້ຕອບພະຍາດໂຄວິດ-19) ຫຼື ພາສາອັງກິດ: CONNECT – Community Network Engagement for Essential Health Services and COVID-19 Responses Through Trust. ຄອນເນັກ ແມ່ນແຜນກິດຈະກໍາໜຶ່ງທີ່ກວມເອົາຫຼາຍຂະແໜງການກ່ຽວກັບການຄຸ້ມຄອງດ້ານສາທາລະນະສຸກ (health governance), ໂດຍມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານທ້ອງຖິ່ນໃນການປັບປຸງການບໍລິການຂອງລັດ ທີ່ມີສ່ວນຮ່ວມຈາກຊຸມຊົນ ເພື່ອປັບປຸງການຕອບໂຕ້ກັບພະຍາດໂຄວິດ 19 ແລະ ການຮັກສາສຸຂະພາບຂັ້ນຕົ້ນ ທັງເປັນການສູ້ຊົນໃຫ້ບັນລຸເປົ້າ ໝາຍການປົກຄອງສຸຂະພາບທົ່ວປວງຊົນ (UHC), ເປົ້າໝາຍການພັດທະນາແບບຍືນຍົງ (SDGs), ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ 9 ແລະ ວຽກງານສາທາລະນສຸກຂັ້ນທ້ອງຖິ່ນຕາມທິດສາມສ້າງ. ເປົ້າໝາຍຂອງການຈັດຕັ້ງປະຕິບັດແຜນກິດຈະກິດຈະກໍາຄອນເນັກແມ່ນຈະຂະຫຍາຍໄປທົ່ວປະເທດ ແຕ່ວ່າ ສໍາລັບແຜນການເຄື່ອນໄຫວສະບັບນີ້ ຈະເນັ້ນໃສ່ການປະຕິບັດແຜນກິດຈະກໍາຄອນເນັກສະເພາະປີ 2022 – 2023 ໃນທຸກແຂວງ ຢູ່ບາງເມືອງເປົ້າໝາຍເທົ່ານັ້ນ ໂດຍຄໍານຶງເຖິງຂໍ້ຈໍາກັດທາງດ້ານເວລາ, ງົບປະມານ ແລະ ປັດໄຈອື່ນໆ