ກອງປະຊຸມສະຫຼູບການຈັດຕັ້ງປະຕິບັດວຽກງານແບບຄອນເນັກ ປະຈຳປີ 2022 ແລະ ແຜນການຈັດຕັ້ງປະຕິບັດ ປີ 2023 ລະຫວ່າງ ກະຊວງພາຍໃນ ແລະ ກະຊວງສາທາລະນະສຸກ ໄດ້ຈັດຂຶ້ນ ວັນທີ 10 ມີນາ 2023 ທີ່ໂຮງແຮມດອນຈັນພາເລດ ໂດຍການເປັນປະທານ ຂອງ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ແລະ ທ່ານ ປອ ດຣ ບຸນແຝງ ພົມມະໄລສິດ ມີບັນດາຮອງລັດຖະມົນຕີ ຈາກກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານຮອງເຈົ້າແຂວງ ໃນຂອບເຂດທົ່ວປະເທດ, ຕາງໜ້າຫ້ອງການ/ກົມ ຈາກ ກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ, ຫົວໜ້າຫ້ອງວ່າການແຂວງ, ຫົວໜ້າພະແນກສາທາລະນະສຸກ ແລະ ຫົວໜ້າພະແນກພາຍໃນແຂວງ ໃນຂອບເຂດທົ່ວປະເທດ, ເຈົ້າເມືອງ/ຮອງເຈົ້າເມືອງ ແລະ ຫົວໜ້າຫ້ອງການສາທາລະນະສຸກເມືອງ ແລະ ຫ້ອງການພາຍໃນເມືອງ ໃນຂອບເຂດທົ່ວປະເທດ ເຂົ້າ່ຮ່ວມຜ່ານລະບົບກອງປະຊຸມທາງໄກ, ຕາງໜ້າຈາກອົງການອະນາໄມໂລກ, ສະຖານທູດ, ຄູ່ຮ່ວມພັດທະນາສາກົນ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ນ. ວິໄລທອນ ສູນທອນໄຊມົງຄຸນ ຫົວໜ້າຫ້ອງການ ກະຊວງພາຍໃນ ໄດ້ຂຶ້ນນຳສະເໜີຄວາມເປັນມາໂດຍຫຍໍ້ ແລະ ວິທີການແບບຄອນເນັກ ແລະ ທ່ານ ດຣ ເກດເກສອນ ພຣະສີສົມບັດ ຮອງຫົວຫນ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ຂຶ້ນນຳສະເໜີນຳສະເໜີຜົນສຳເລັດ ບົດຮຽນທີ່ເປັນຕົວຢ່າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານແບບຄອນເນັກໃນໄລຍະຜ່ານມາ.

ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ ວຽກງານຄອນເນັກ ບໍ່ແມ່ນໂຄງການ, ແຕ່ແມ່ນວຽກການຮ່ວມມື ຂອງພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນຂະແໜງພາຍໃນ ແລະ ຂະແໜງສາທາລະນະສຸກ ໂດຍການສະໜັບສະໜູນທາງດ້ານວິຊາການ ແລະ ງົບປະມານຈາກອົງການອະນາໄມໂລກ ຊຶ່ງໃນນີ້, ວຽກງານຄອນເນັກ ແມ່ນຂະບວນການຮຽນຮູ້ຮ່ວມກັນ ກ່ຽວກັບ “ແນວຄວາມຄິດ, ວິທີການ ແລະ ເຄື່ອງມື” ເພື່ອໃຫ້ພວກສ່ວນທີ່ກ່ຽວຂ້ອງໄດ້ເລືອກເອົາບົດຮຽນທີ່ເໝາະສົມ ແລະ ສາມາດນໍາໄປໝູນໃຊ້ເຂົ້າໃນວຽກງານປົກກະ ຕິຂອງຕົນ ເຮັດໃຫ້ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ (ຂັ້ນແຂວງ ແລະ ເມືອງ) ເຂົ້າໃຈວຽກບຸລິມະສິດ ວຽກງານຂອງອົງການປົກຄອງທ້ອງຖິ່ນ ວຽກງານຮັກສາສຸຂະພາບຂັ້ນຕົ້ນ ແລະ ສາມາດນໍາໃຊ້ວິທີການ ແລະ ເຄື່ອງມື ທີ່ໄດ້ຮຽນຮູ້ຈາກການຝຶກອົບຮົມໃນຮູບແບບຄອນເນັກ ເປັນຕົ້ນແມ່ນ ວຽກທີ່ພົວພັນກັບການຈົດທະບຽນການເກີດ ການປັບປຸງການບໍລິການຂອງລັດໃນຂັ້ນທ້ອງຖິ່ນ ການຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພະຍາດອື່ນໆ ແລະ ການແກ້ໄຂສິ່ງທ້າທາຍໃນວຽກງານຮັກສາສຸຂະພາບຂັ້ນຕົ້ນ.

ການຈັດຕັ້ງປະຕິບັດວຽກງານແບບຄອນເນັກ ກະຊວງພາຍໃນ ແລະ ກະຊວງສາທາລະນະສຸກ ໄດ້ມີການເຊັນບົດບັນທຶກການຮ່ວມມືລະຫວ່າງສອງກະຊວງ ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຊຶ່ງເປັນການສ້າງສາຍພົວພັນການຮ່ວມມື ທັງເປັນການຊຸກຍູ້ ແລະ ສົ່ງເສີມການຮ່ວມມືທາງດ້ານວິຊາການຂົງເຂດສາທາລະນະສຸກ ແລະ ຂົງເຂດວຽກງານດ້ານການປົກຄອງ ຕາມທິດສາມສ້າງໃຫ້ໄດ້ຮັບການຜັນຂະຫຍາຍເຂົ້າສູ່ລວງເລິກ ແລະ ເພື່ອສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ, ປະສານງານໃນລະດັບແຂວງ, ເມືອງ ແລະ ບ້ານ ໂດຍມີການສົ່ງເສີມການບໍລິການ ຂອງລັດ ແລະ ການມີສ່ວນຮ່ວມຂອງຊຸມຊົນ ໃນການຕອບໂຕ້ກັບການແຜ່ລະບາດຂອງພະຍາດ ແລະ ສ້າງຄວາມເຂັ້ມແຂງດ້ານການຮັກສາສຸຂະພາບຂັ້ນຕົ້ນ.