ວັນທີ 8 ກັນຍາ 2022 ກະຊວງພາຍໃນ ຮ່ວມກັບ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມລາຍງານຜົນຂອງການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ 2022 ຂອງ ການຮ່ວມມື ລະຫວ່າງ ກະຊວງພາຍໃນ ແລະ ກະຊວງສາທາລະນະສຸກ ໃນວຽກງານການສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງທ້ອງຖິ່ນ, ຄວາມເປັນເຈົ້າການຂອງຊຸມຊົນຕໍ່ການໂຕ້ຕອບພະຍາດໂຄວິດ-19, ຮັບປະກັນການບໍລິການສຸຂະພາບທີ່ຈຳເປັນ ແລະ ວຽກງານເຝົ້າລະວັງການລະບາດພະຍາດ ໃນຮູບແບບ ຄອນເນັກ (CONNECT) ຂຶ້ນທີ່ໂຮງແຮມແລນມາກ ໂດຍການເປັນປະທານຮ່ວມຂອງທ່ານ ປອ. ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ແລະ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຫົວໜ້າ/ຮອງ ຫ້ອງການ, ກົມ, ສູນ ແລະ ສະຖາບັນ ທີ່ກ່ຽວຂ້ອງ ຈາກ ກະຊວງພາຍໃນ ແລະ ກະຊວງສາທາລະນະສຸກ, ຜູ້ຕາງໜ້າຈາກອົງການອະນາໄມໂລກ,ພະແນກພາຍໃນ ແລະ ພະແນກສາທາລະນະສຸກ 18 ແຂວງ (ເຂົ້າຮ່ວມທາງອອນລາຍ) ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປອ. ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ກ່າວວ່າ ໃນໄລຍະຜ່ານມາ ກະຊວງພາຍໃນ ແລະ ກະຊວງສາທາລະນະສຸກ ແມ່ນໄດ້ເຮັດວຽກຮ່ວມກັນໃນຫຼາຍໆດ້ານຢ່າງໃກ້ຊິດ ເປັນຕົ້ນແມ່ນ: ວຽກງານສາມສ້າງຕັ້ງແຕ່ໄລຍະທົດລອງ ປີ 2012, ວຽກງານສະຖິຕິພົນລະເມືອງ ຫຼື CRVS ເຊິ່ງໄດ້ມີບົດບັນທຶກຄວາມເຂົ້າໃຈຮ່ວມກັນໃນຂັ້ນກົມ (ກົມຄຸ້ມຄອງພົນລະເມືອງ, ກະຊວງພາຍໃນ ແລະ ກົມແຜນການ, ກະຊວງສາທາລະນະສຸກ) ໃນປີ 2020. ນອກຈາກນັ້ນ, ບັນດາກົມວິຊາການຂອງກະຊວງພາຍໃນ ແລະ ກະຊວງສາທາລະນະສຸກ ກໍຍັງໄດ້ຮ່ວມກັນຈັດຕັ້ງປະຕິບັດໂຄງການ (MPTF) ໂດຍຜ່ານແຜນງານປັບປຸງບູລະນະການປົກຄອງແຫ່ງຊາດ (NGPAR) ໂດຍສ້າງຄວາມເຂັ້ມແຂງໃຫ້ແກ່ອໍານາດການປົກຄອງທ້ອງຖິ່ນ ເພື່ອຕອບໂຕ້ກັບພະຍາດໂຄວິດ-19 ແລະ ຈາກຜົນງານການເຮັດວຽກທີ່ໃກ້ຊິດຕິດແທດຜ່ານມາ ແລະ ໃນຕົ້ນປີ 2022 ນີ້, ກໍໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈຮ່ວມກັນ ລະຫວ່າງ 2 ກະຊວງ ໃນການຈັດຕັັ້ງປະຕິບັດວຽກງານວິຊາການ ເຊິ່ງເປັນບ່ອນອີງທີ່ສໍາຄັນໃນການຈັດຕັ້ງວຽກງານຮ່ວມກັນທັງສອງກະຊວງ ບໍ່ສະເພາະແຕ່ຂັ້ນສູນກາງເທົ່ານັ້ນ ແຕ່ເປັນບ່ອນອີງໃນການປັບປຸງຂອດການປະສານງານ ແລະ ແບບແຜນການເຮັດວຽກຂອງຂະແໜງການໃນຂັ້ນທ້ອງຖິ່ນ ລະຫວ່າງ ຂະແໜງການສາທາລະນະສຸກ, ຂະແໜງການພາຍໃນ ແລະ ຂະແໜງການອື່ນໆ ໂດຍສະເພາະແມ່ນ ວຽກງານການສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງທ້ອງຖິ່ນ ແລະ ຄວາມເປັນເຈົ້າການຂອງຊຸມຊົນໃນການໂຕ້ຕອບພະຍາດໂຄວິດ-19 ແລະ ສິ່ງທ້າທາຍໃນວຽກຮັກສາສຸຂະພາບຂັ້ນຕົ້ນ ໃນຮູບແບບ “ຄອນເນັກ”.

ເພື່ອໃຫ້ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າໃຈ ວຽກບຸລິມະສິດໃນການສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງທ້ອງຖິ່ນ ໃນການໂຕ້ຕອບພະຍາດໂຄວິດ-19 ແລະ ວຽກງານຮັກສາສຸຂະພາບຂັ້ນຕົ້ນ ເພື່ອໃຫ້ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ (ຂັ້ນແຂວງ ແລະ ເມືອງ) ສາມາດນໍາໃຊ້ວິທີການ ແລະ ເຄື່ອງມື ທີ່ໄດ້ຮຽນຮູ້ຈາກກອງປະຊຸມດັ່ງກ່າວ ເພື່ອແກ້ໄຂສິ່ງທ້າທາຍໃນການຮັກສາສຸຂະພາບຂັ້ນຕົ້ນ ໂດຍເນັ້ນໃສ່ ເພື່ອໃຫ້ບັນລຸຄາດໝາຍ 11 ຕົວຊີ້ບອກບຸລິມະສິດ ຕາມມະຕິກອງປະຊຸມສະພາແຫ່ງຊາດ ແລະ ວຽກງານຂອງອົງການປົກຄອງທ້ອງຖິ່ນ ໂດຍອີງຕາມແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ 9 ໄດ້ມີການກໍານົດວ່າພາຍໃນ 5 ປີ (2021-2025) ໃຫ້ສາມາດສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດໃຫ້ໄດ້ຢ່າງໜ້ອຍ 2/3 ຂອງຈໍານວນແຂວງທັງໝົດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານໃຫ້ໄດ້ 1/3 ຂອງຈໍານວນເມືອງທັງໝົດ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາໃຫ້ໄດ້ 2/3 ຂອງຈໍານວນບ້ານທັງໝົດ. ໃນນີ້ອົງປະກອບທີ່ສໍາຄັນ ຂອງການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານ ເປັນຫົວໜ່ວຍພັດທະນາ ກໍ່ແມ່ນການປັບປຸງການບໍລິການ ຂອງລັດໃນຂັ້ນທ້ອງຖິ່ນ ເປັນຕົ້ນແມ່ນ: ວຽກທີ່ພົວພັນກັບການຈົດທະບຽນການເກີດ ຂອງເດັກນ້ອຍເກີດໃຫມ່ ແລະ ເດັັກອາຍຸຕໍ່າກວ່າ 18 ປີ ລົງມາ ກໍ່ຄື ການບັນລຸຕົວຊີ້ບອກ ຂອງຂະແໜງການສາທາລະນະສຸກ.