ໃນ ວັນທີ 17 ກໍລະກົດ 2023 ທີ່ຜ່ານມາ ກະຊວງພາຍໃນ ຮ່ວມກັບ ກະຊວງສາທາລະນະສຸກ ຈັດກອງປະຊຸມກອງປະຊຸມການປະເມີນກ່ຽວກັບການຮ່ວມມືດ້ານວິຊາການ ແລະ ການວາງແຜນການຮ່ວມມືທາງດ້ານວິຊາການ ໂດຍການເປັນປະທານຮ່ວມຂອງທ່ານນາງ ວິໄລທອນ ສູນທອນໄຊມຸງຄຸນ ຫົວໜ້າຫ້ອງການ ກະຊວງພາຍໃນ ແລະ ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ, ມີຜູ້ຕາງໜ້າຈາກອົງການອະນາໄມໂລກ, ມະຫາວິທະຍາໄລຊຽງໃໝ່, ທີ່ປຶກສາໃນການປະເມີນ, ສູນສຸຂະພາບແມ່ ແລະ ເດັກ, ບັນດາກົມຈາກ ກະຊວງພາຍໃນ ແລະ ກະຊວງສາທາລະນະສຸກ, ແຂວງ, ເມືອງ, ສຸກສາລາ ເຂົ້າຮ່ວມ.

ທ່ານນາງ ວິໄລທອນ ສູນທອນໄຊມຸງຄຸນ ຫົວໜ້າຫ້ອງການ ກະຊວງພາຍໃນ ໄດ້ກ່າວວ່າ ການຮ່ວມມືລະຫວ່າງ ກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ ນັບແຕ່ປີ 2022 ທີ່ຜ່ານມາ ໂດຍສະເພາະແມ່ນການຮ່ວມມືທາງດ້ານວິຊາການໃນຂົງເຂດສາທາລະນະສຸກ ແລະ ຂົງເຂດການປົກຄອງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງທ້ອງຖິ່ນ ແລະ ສົ່ງເສີມການບໍລິການຂອງລັດໃນຂະແໜງສາທາລະນະສຸກ ເຫັນວ່າມີການເສີມຂະຫຍາຍທ່າແຮງດ້ານດີ ຂອງອົງການປົກຄອງທ້ອງຖິ່ນ ແລະ ຂອງຊຸມຊົນ ເຊັ່ນ: ຄວາມສາມັກຄີ, ຄວາມເປັນເຈົ້າການ-ຄວາມມຸ່ງໝັ້ນ, ການຮ່ວມມືທີ່ດີ ໃນການຈັດປະຕິບັດ ທັງໝົດເຫຼົ່ານີ້ແມ່ນປັດໃຈຢູ່ເບື້ອງຫຼັງຂອງຜົນສຳເລັດໃນການຕໍ່ສູ້ກັບການລະບາດ ຂອງພະຍາດໂຄວິດ-19. ການຈັດກອງປະຊຸມໃນຄັ້ງນີ້ເປັນການສືບຕໍ່ບົດຮຽນດ້ານດີ ຈາກການຮ່ວມມືດັ່ງກ່າວ ເພື່ອແກ້ໄຂສິ່ງທີ່ຍັງຄ້າງຄາໃນຂະແໜງສາທາລະນະສຸກ ແລະ ຂະແໜງພາຍໃນ ທີ່ກ່ຽວກັບການບໍລິການການຮັກສາສຸຂະພາບຂັ້ນຕົ້ນ ໂດຍສະເພາະໃຫ້ບັນລຸ 11 ຕົວຊີ້ບອກຂອງສະພາ ຕາມຄາດໝາຍແຕ່ລະໄລຍະ ຈົນເຖິງປີ 2030 ແລະ ລວມທັງການຈົດທະບຽນການເກີດ ໂດຍບໍ່ປະປ່ອຍຄົນໃດໜຶ່ງໄວ້ທາງຫຼັງ ເຊັ່ນ: ຜູ້ທຸກຍາກ, ຜູ້ພິການ ແລະ ກຸ່ມຄົນຜູ້ດ້ອຍໂອກາດ ຕ້ອງສາມາດເຂົ້າເຖິງການບໍລິການອັນຈໍາເປັນພື້ນຖານ ຂອງລັດທີ່ສາມາດຕອບສະໜອງໃຫ້ໄດ້ ຫຼື ເວົ້າອີກຢ່າງໜຶ່ງ ໃຫ້ປະເທດຂອງພວກເຮົາສາມາດບັນລຸໄດ້ອັດຕາປົກຄຸມສຸຂະພາບທົ່ວປວງຊົນ ຫຼື ທຸກຄົນສາມາດເຂົ້າເຖິງການບໍລິການໄດ້ຢ່າງເທົ່າທຽມ. ເພື່ອຢາກເຮັດເຊັ່ນນັ້ນໄດ້ ອົງການປົກຄອງທ້ອງຖິ່ນໃນແຕ່ລະຂັ້ນ ຕ້ອງມີຄວາມເຂັ້ມແຂງໃນການຊີ້ນໍາ-ນໍາພາ, ຮັບຜິດຊອບພ້ອມທັງເປັນເຈົ້າການຮ່ວມກັນກັບຂະແໜງການສາທາລະນະສຸກ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ເພາະວ່າປັດໄຈທາງດ້ານສັງຄົມ, ວັດທະນະທໍາ ແລະ ເສດຖະກິດ ຊຶ່ງເປັນຕົວຕັດສິນຕໍ່ກັບສຸຂະພາບຂອງປະຊາຊົນ ຂະແໜງສາທາລະນະສຸກບໍ່ສາມາດໄປແກ້ໄຂໄດ້. ສະນັ້ນ ອົງການປົກຄອງທ້ອງຖິ່ນ ຈໍາເປັນຕ້ອງເປັນຜູ້ເຕົ້າໂຮມຂະແໜງການຕ່າງໆ ເພື່ອໃຫ້ເຮັດວຽກການປະຕິບັດວຽກງານຮ່ວມກັນ ໄດ້ຢ່າງເຂັ້ມແຂງ ແລະ ເພື່ອໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ໃນແຕ່ລະໄລຍະ.

ທ່ານຍັງກ່າວອີກວ່າ ຄອນເນັກບໍ່ແມ່ນໂຄງການ ແຕ່ແມ່ນວິທີການພັດທະນາເພື່ອເຮັດໃຫ້ເກີດຄວາມຍືນຍົງ ຕາມທິດນໍາ 3 ສ້າງ. ພວກເຮົາຕ້ອງໄດ້ມີການເຊື່ອມສານວິທີດັ່ງກ່າວເຂົ້າໃນຊີວິດປະຈໍາວັນຂອງຊາວບ້ານ ກໍຄື ຊາວບ້ານຕ້ອງເປັນເຈົ້າການໃນການຮັກສາດູແລສຸຂະພາບຂອງຕົນເອງ ແລະ ອົງການປົກຄອງທ້ອງຖິ່ນກໍ່ຕ້ອງໄດ້ຊ່ວຍຊຸກຍູ້ການເຊື່ອມສານວິທີການດັ່ງກ່າວເຂົ້າໃນວຽກງານປົກກະຕິຂອງຂະແໜງການ ເພື່ອໃຫ້ສາມາດແກ້ໄຂບັນຫາທີ່ຍັງຄ້າງຄາ ໄດ້ຢ່າງມີຄວາມຍືນຍົງ.

ກອງປະຊຸມໃນຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານການປະເມີນໃນດ້ານຕ່າງໆເຊັນ: ທັດສະນະຈາກປະຊາຊົນ ຫຼື ຊຸມຊົນຕໍ່ການເຊື່ອໝັ້ນຂອງແພດໝໍ, ທັດສະນະຈາກຜູ້ບໍລິການດ້ານສຸຂະພາບ ດ້ານການນໍາໃຊ້ ການບໍລິການ ແລະ ຄຸນະພາບຂອງການບໍລິການ, ທັດສະນະກ່ຽວກັບຄວາມເທົ່າທຽມທາງດ້ານສຸຂະພາບ ແລະ ການຕະລຸມບອນສັກຢາວັກຊີນຕ້ານໂຄວິດ 19 ທີ່ແຂວງຊຽງຂວາງ. ນອກນີ້ ຍັງມີການສົນທະນາກ່ຽວກັບບັນຫາຕ່າງໆເພື່ອຫາຂໍ້ຄົງຄ້າງ ແລະ ວິທີການແກ້ໄຂ ເພື່ອເຮັດໃຫ້ວຽກງານມີຄວາມເຂັ້ມແຂງ ແລະ ຖືກຕ້ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງ.